Header Ads

ຮູ້ແລ້ວບໍ່ໝາກຈອງ ມີສັບພະຄຸນລົດນ້ຳໜັກຊັ້ນດີ


ໝາກຈອງນາກຈາກຈະເປັນອາຫານທີ່ຫຼາຍຄົນມັກແລ້ວ ຍັງມີສັບພະຄຸນຊ່ວຍໃນເລື່ອງລົດນ້ຳໜັກອີກດ້ວຍ 
(ໝາກຈອງ)
ໝາກຈອງເປັທັງອາຫານ ແລະ ສະໝຸນໄພ ເປັນຊື່ທີ່ເອີ່ນກັນມາດົນ ໂດຍສະເພາະແມ່ນພາກໃຕ້ຂອງລາວ ຖືໄດ້ວ່າເປັນອາຫານປຳຈຳພາກໃຕ້ເລີຍກໍ່ວ່າໄດ້ ໝາກຈອງມີ ສັບພະຄຸນຫຼາຍຢ່າງ ທັ້ງຊ່ວຍໃນເລື່ອງການລົດນ້ຳໜັກ ປ້ອງກັນເບົາຫວານ ລົດໄຂມັນໃນເລືອດ ເອົາເປັນວ່າເຮົາມາຮູ້ຈັກກັບໝາກຈອງກັນເລີຍ

ໝາກຈອງເປັນອາຫານພື້ນບ້ານ ໃນເຂດພາກໃຕ້ຂອງລາວ ແລະ ພາກຕາເວັນອອກຂອງປະເທດໄທ ໝາກຈອງ ຈັກວ່າເປັນສະໝຸນໄພໃນຕະກຸນ  Sterculiaceae ຈີນັສ Scaphium ຊື່ທາງວິທະຍາສາດຂອງໝາກຈອງຄື Scaphium scaphi-gerum (G.Don) Guib. & Planch.   ສ່ວນຊື່ພາສາອັງກິດແມ່ນ  Malva nut ຫຼື Jelly nut ສ່ວນລາວເຮົາ ເອີ່ນວ່າໝາກຈອງ ໄທແມ່ນເອີ່ນ ລູກສຳຣອງ (สำรอง)

  • ສັບພະຄຸນຂອງໝາກຈອງ

      1. ໝາກຈອງຊ່ວຍໃນເລື່ອລົດນ້ຳໜັກ

          ດ້ວຍຄຸນສົມບັດການຂະຫຍາຍໂຕ (ເບັງ) ຂອງໝາກຈອງ ອອກມາເປັນວຸ້ນທີ່ຊ່ວຍໃຫ້ອິ່ມທ້ອງ ອີກທັ່ງຍັງຊ່ວຍໃນເລື່ອງລະບົບລະບາຍ ດັ້ງນັ້ນ ໝາກຈອງຈື່ງຈັດເປັນສະໝຸນໄພລົດນ້ຳໜັກຊະນິດໜື່ງ 
          ຖ້າຫາກວ່າຕ້ອງການລົດນ້ຳໜັກກໍ່ຄວນກິນນ້ຳໝາກຈອງ ຫຼື ລາບໝາກຈອງເປັນປະຈຳ ທີ່ສຳຄັນ ໄຟເບີ້ໃນໝາຫຈອງຍັງເປັນໄຟເບີ້ຊະນິດທີ່ລະລາຍນ້ຳໄດ້ ຈື່ງມີຜົນຊ່ວຍລົດການດູດຊືມໄຂມັນໃນອາຫານໄດ້ດີ ແລະ ຍັງມີສັບພະຄຸນລົດໄຂມັນໃນເລືອດອີກຕ່າງຫາກ

      2. ແກ້ອາການເຈັບຄໍ-ແກ້ໄຂ້

               ວິທີຮັກສາ ນຳໝາກຈອງ 10-20 ໜ່ວຍ ຕົ້ມກັບສະເອັມຈີນຈົນໄດ້ນ້ຳຢາເຂັ້ມຂຸ້ນ ແລ້ວຈິບໆ ຫຼື ກິນແທນນ້ຳເລີຍກໍ່ໄດ້ ເພາະມັສາມາດຊ່ວຍໃນການລົດໄຂ້ ແລະ ອາການເຈັບຄໍໄດ້ດີ

       3. ຊ່ວຍແກ້ໄອ

              ວິທີເຮັດຢາແກ້ໄອຈາກໝາກຈອງ ນຳໝາຫຈອງ 3-5 ໜ່ວຍ ແຊ່ນ້ຳແລ້ວໃຫ້ວຸ້ນໝາກຈອງອອກມາ ຈາກນັ້ນເອົານຳຕານໃສ່ ປະມານ 2 ບ້ວງ ກິນ ເທື່ອລະຈອກ ເຊົ້າ ສວຍ ແລງ. ຖ້າມີຂີ້ກະເທິ ໃຫ້ກິນແບບອຸ່ນໆ ມັນຈະຊ່ວຍຂັບກະເທິ ແລະ ຊ່ວຍແກ້ເຈັບຄໍໄດ້

      4. ແກ້ຮ້ອນໃນ

             ວຸ້ນໝາກຈອງເປັນຢາແກ້ຮ້ອນໃນໄດ້ດີ ເຮັດໃຫ້ຊຸ່ມຄໍ ໂດຍສະເພາະມື້ທີ່ມີ ອາກາດຮ້ອນ ຖ້າໄດ້ກິນນ້ຳໝາກ ຈອງເຢັນໆກໍ່ຈະສົດຊື່ນຂື້ນມາທັນທີ

       5 ແກ້ຕາອັກເສບ

          ກໍ່ຮູ້ກັນແລ້ວວ່າວຸ້ນຂອງໝາກຈອງເປັນຢາເຢັນ ແລະ ຊ່ວຍໃນການຂັບຖ່າຍ ທີ່ສຳຄັນ ບໍ່ເປັນອັນຕະຫຼາຍຕໍ່ເຍື່ອຫຸ່ມຕາ ຈື່ງສາມາດຊ່ວຍຮັກສາອາການຕາອັກເສບໄດ້ 
         ວິທີ ນາຜ້າຊຸ່ມຫໍ່ເປືອກໝາກຈອງໄປໃສ່ບ່ອນທີ່ຕາອັກເສບ ກໍ່ຈະຊ່ວຍເຮັດໃຫ້ຕາເຢັນລົງ

       6. ຊ່ວຍລະບາຍ ແກ້ຖອກທ້ອງ


         ເມື່ອໝາກຈອງຖືກນ້ຳແລ້ວຈະກາຍເປັນວຸ້ນ ແລະ ໃຍອານຫານຈາກໝາກຈອງເປັນໃຍອາຫານທີ່ລະລາຍນ້ຳໄດ້ ຈື່ງຊ້ວຍໃນການລ້າງສານພິດໃນລຳໃສ້ໄດ້ດີ

       7. ລົດຄວາມສ່ຽງໂລກເບົາຫວານ


         ຍ້ອນວ່າໝາກຈອງມີໄຟເບີ້ທີ່ສາມາດລະລາຍນ້ຳໄດ້ ຈື່ງຊ່ວຍຄວບຄຸມລະດັບນ້ຳຕານໃຫ້ມີຄວາມຄົງທີ່ໄດ້ ເນື່ງຈາກວຸ້ນຈາກໝາກຈອງ ຊ່ວຍໃຫ້ອາຫານເຄື່ອນໂຕໃນລຳໃສ້ຢ່າງຊ້າໆ ເຮັດໃຫ້ຮູ້ສືກອິ່ມໄດ້ດົນ ສົ່ງຜົນເຮັດໃຫ້ນ້ຳຕນໃນເລືອດ ມີຄວາມຄົງໂຕຢູ່ສະເໝີ

       8. ລົດຄວາມສ່ຽງໄຂມັນໃນເລືອດສູງ

          ດ້ວຍໃຍອາຫານທີ່ສາມາດລະລາຍໃນນ້ຳໄດ້ ຈື່ງເປັນສ່ວນສຳຄັນໃນການດູດຊືມໄຂມັນໃນອາຫານ ມີຄຸນສົມບັດລົດໄຂມັນໃນເລືອດ ດັ້ງນັ້ນການຮັບປະທານ ໝາກຈອງ ຈື່ງລົດຄວາມສ່ຽງພາວະໄຂມັນໃນເລືອດສູງ

      9. ຂໍ້ຄວນລະວັງ

         ບໍ່ຄວນຮັບປະທານໝາກຈອງຕິດຕໍ່ກັນເປັນເວລາດົນ ເພາະອາດຈະມີຜົນເຮັດໃຫ້ຮ່າງກາຍຂາດສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ເປັນເຫດໃຫ້ເຈັບປ່ວຍໂຮກອື່ນແທນ

    ຂໍຂອບໃຈ ຂໍ້ມູນທີ່ເປັນປະໂຫຍກ

ไม่มีความคิดเห็น