Header Ads

ສະໝຸນໄພບ້ານໆ ແຕ່ມີສັບພະຄຸນຮັກສາໂລກເບົາຫວານໄດ້

ໂລກເບົາຫວານຮັກສາດ້ວຍວິທີທຳມະຊາດ ແລະ ລົດນ້ຳຕານໃນເລືອດດ້ວຍສະໝຸນໄພໃກ້ບ້ານທ່ານ


             ສຳຫຼັບຄົນທີ່ເປັນໂລກເບົາຫວານແລ້ວສີ່ງທີ່ສຳຄັນທີ່ສຸດກໍ່ຄື ລະດັບນ້ຳຕານໃນກະແສເລືອດ ຖ້າຫາກລະດັບນ້ຳຕານໃນກະແສເລືອດຫຼາຍເກິນໄປກໍ່ຈະເຮັດໃຫ້ມີຄວາມສ່ຽງທີ່ຈະເກີດໂລກແຊກຊ້ອນຕາມມາ ເຊັ່ນ: ຄວາມດັນ ເບົາຫວານຂື້ນຕາ ຫຼື ໂລກຫົວໃຈ ແລະ ຫຼອດເລືອດຕີບ ດັ້ງນັ້ນ ນອກຈາກການຮັບປະທານອາຫານຕາມທີ່ ໝໍສັ່ງແລ້ວ ຜູ້ປ່ວຍຫຼາຍຄົນ ກໍ່ຍັງຫາວິທີລົດລະດັບນ້ຳຕານໃນເລືອດໃຫ້ຢູ່ໃນເກນທີ່ດີ່ ຕໍ່ຮ່າງກາຍ ເຊີ່ງອີກຫົນທາງເລືອກໜື່ງ ທີ່ໜ້າສົນໃຈນັ້ນກໍ່ຄື ການຮັບປະທານສະໝຸນໄພ ເພາະນອກຈາກຈະຊ່ວຍໃນເລື່ອງການຮັກສາໂລກເບົາຫວານໄດ້ແລ້ວ ກໍ່ຍັງໄດ້ສຸຂະພາບທີ່ດີອີກດ້ວຍ ເຊັ່ນຕົວຢ່່າງສະໝຸນໄພ 10 ຊະນິດທີ່ສາມາດຮັກສາອາການຂອງໂລກເບົາຫວານ ພ້ອມກັບປະໂຫຍດຕໍ່ສຸຂະພາບດີໆອີກຫຼາຍຢ່າງ ໄປເບີ່ງກັນເລີຍ

1.​ ເຄືອຕົດໝາ

            ເຖິງແມ່ນວ່າວິທີນີ້ຈະແປກ ແຕ່ເລື່ອງສັບພະຄຸນຊ່ວຍໃນການຮັກສາລະດັບນ້ຳຕານໃນເລືອດແມ່ນບໍ່ແພ້ໃຜ ໂດຍມີການທົດລອງມາແລ້ວ ສານສະກັດຂອງໃບຕົດໝາ ສາມາດລົດລະດັບນ້ຳຕານໃນເລືອດໂດຍການເພີ່ມການຫຼັ່ງ ຂອງອິນຊູລິນໃນຮ່າງກາຍ ອີກຢ່າງໜື່ງເຄືອຕົດໝາ ຍັງມີສານຕ້ານອານຸມູນອິດສະຫຼະອີກດ້ວຍ ແລະ ສາມາດລົດໄຂມັນໃນເລືອດໄດ້ດີ ນອກຈາກນີ້ ຍັງມີສັບພະຄຸນອີກຫຼາຍຢ່າງເຊັ່ນ ລ້າງສານພິດ ແກ້ທ້ອງອືດ ຖອກທ້ອງ ແກ້ອ່ອນເພຍ ເປັນສະໝຸນໄພທີ່ນຳມາໃຊ້ແລ້ວບໍ່ຜິດຫວັງແທ້ໆ ອີກທັງຍັງປະຫຍັດຄ່າໃຊ້ຈ່າຍໃນການໄປຫາໝໍອີກ

2. ເຫັດຫຼິນຈື 


         ເປັນອີກໜື່ງສະໝຸນໄພທີ່ຄົນຈີນນິຍົມກັນ ເພາະວ່າມັນອຸດົມໄປດ້ວຍສັບພະຄຸນ ນອກຈາກມີປະໂຫຍດໃນການຮັກສາ ໂລກມະເລັງແລ້ວ ແຕ່ຍັງສາມາດຮັກສາໂລກເບົາຫວານໄດ້ນຳອີກ ເນື່ອງຈາກເຫັດຫຼິນຈື່ ມີສານທີ່ຢູ່ໃນກຸ່ມ  (Polysaccharide) ເຊີ່ງມີລິດໃນການກະຕຸ່ນກະນຫຼັ່ງສານອິນຊູລິນ ອີກຍັງຊ່ວຍໃນການເຜົາຖານນ້ຳຕານໃນເລືອດໄດ້ດີ ແລະ ເຮັດໃຫ້ລະດັບນ້ຳຕານໃນເລືອດລົດລົງໃນລະດັບທີ່ຮ່າງການຕ້ອງການ

3. ເຄືອເຂົາຮໍ 

         ເປັນອີກສະໝຸນໄພທີ່ຫາໄດ້ບໍ່ຍາກ ສະໝຸນໄພຊະນິດນີ້ ມີລົດຊາດທີ່ຂົມຫຼາຍ (ຕາມໂບຮານເພີ່ນວ່າ ຫວານເປັນລົມ ຂົມເປັນຢາ) ເພາະເປັນ 1 ໃນສະໝຸນໄພທີ່ໃຊ້ກັນມາດົນ ບໍ່ວ່າຈະເປັນ ຊ່ວຍບຳລຸງຫົວໃຈ ລົດໄຂ້ ແລະ ຊ່ວຍໃຫ້ຈະເລີນອາຫານ ທີ່ສຳຄັນແມ່ນສາມາດລົດລະດັບນ້ຳຕານໃນເລືອດໄດ້ດີ ໂດຍບໍ່ພົບຜົນຂ້າງຄຽງໃດໆ 

4. ຜັກຕຳລຶງ


          ຜັກຕຳລຶງ ຫຼື ບາງເຂດເອີ້ນຜັກຕຳນິນ ເປັນທັງອາຫານທີ່ຄົນນິຍົມກັນນຳມາຮັບປະທານ ນອກຈາກຈະເປັນອາຫານແລ້ວ ຍັງສາມາດຮັກສາໂລກເບົາຫວານໄດ້ຕັ້ງແຕ່ຮາກຈົນເຖິງຍອດເລີຍ ອີກທັງຍັງສາມາດລົດລະດັບນ້ຳຕານໃນເລືອດໄດ້ດີ ພຽງແຕ່ຮັບປະທານມື້ລະ 50 ກລັມ ຕິດຕໍ່ກັນເປັນເວລາດົນ ລະດັບນ້ຳຕານໃນຮ່າງກາຍຂອງທ່ານກໍ່ຈະຄ່ອຍກັບມາສູ່ລະດັບປົກກະຕິ

5. ກະທຽມ


             ສານອັລຊິລິນ  (allicin) ທີ່ມີໃນກະທຽມ ນອກຈາກຈະມີສັບພະຄຸນຊ່ວຍລົດຄວາມດັນ ແລະ ລົດໄຂມັນໃນເລືອດແລ້ວ ກໍ່ຍັງມີລິດຕໍ່ຕ້ານໂລກເບົາຫວານ ແລະ ຍັງມີການສຶກສາເພີ່ມເຕິມອີກວ່າ ເອທານອລ ທີ່ຢູ່ໃນກະທຽມ ສາມາດລົດລະດັບນ້ຳຕານໃນເລືອດ ແລະ ຊ່ວຍການຫຼັ່ງຂອງສານ ອິນຊູລິນໄດ້ ເຊີ່ງຖ້າຢາກໃຫ້ໄດ້ປະໂຫຍດຈາກກະທຽມແບບເຕັມໆ ກໍ່ຄວນຈະຮັບປະທານກະທຽມແບບສົດໆ ເພາະກະທຽມທີ່ຖືກຄວາມຮ້ອນ ກໍ່ຈະມີຄຸນ່າທາງໂພສະນາການໜ້ອຍລົງກວ່າເກົ່າ

6.  ຫວ່ານຫາງຈາລະແຂ້


             ຫວ່ານຫາງຈາລະແຂ້ບໍ່ພຽງແຕ່ຊ່ວຍລົດ ການບວມ ການອັກເສບ ແລະ ຊ່ວຍສະໝານບາດແຜເທົ່ານັ້ນ ຍັງມີການນຳໄປໃຊ້ກັບຜູ້ປ້ວຍໂລກເບົາຫວານນຳອີກ ເພາະມີການສຶກສາຈາກ มหาวิทยาลัยมหิดล ພົບວ່ານ້ຂອງວ່ານຈາລະແຂ້ສາມາດຊ່ວຍລົດລະດັບນ້ຳຕານໃນເລືອດໄດ້ ໂດຍສະເພາະຄົນເຈັບທີ່ເປັນໂລກເບາຫວານ ທັ້ງນີ້ກໍ່ຍັງຊ່ວຍໃນລົດລະດັບໄຂມັນໃນເລືອດອີກດ້ວຍ 

7. ຂີ້ມີ້ນ 



             ສະໝຸນໄພທີ່ມີສີເຫຼືອງສົດໃສນີ້ ນອກຈາກຈະລົດອາການອັກເສບໄດ້ແລ້ວ ກໍ່ຍັງສາມາດຊະລໍການເກີດໂລກເບົາຫວານຊະນິດທີ 2 ໄດ້ອີກ      ໂດຍພົບວ່າຄົນທີ່ມີຄວາມສ່ຽງເປັນໂລກເບົາຫວານ ຫາກຮັບປະທານອາທີ່ມີສານ (Curcumin) ເຊີ່ງເປັນສານທີ່ມີຢູ່ໃນ ຂີ້ມີ້ນເປັນຈຳນວນຫຼາຍ ຈະຊ່ວຍໃຫ້ຄວາມສ່ຽງທີ່ຈະເປັນໂລກເບົາຫວານລົດລົງ ທັ້ງນີ້ມີການສັນນິຖານວ່າ  

8. ຂິງ



         ຂິງມີລິດໃນການລົດນ້ຳຕານໃນເລືອດ ໂດຍສະເພາະຜູ້ທີ່ເປັນໂລກເບົາຫວານຊະນິດທີ 2 ໂດຍການສຶກສາຈາກມະຫາວິທະຍາໄລ ເທັກໂນໂລຢີລາດສະມົງຄົນທັນບຸລີ ເຊີ່ງສຶກສາກັບໜູທົດລອງພົບວ່າ ໜູທີ່ກິນສານສະກັດຈາກຂິງ ມື້ລະ 250 ມິນລີກລັມ ຕໍ່ນ້ຳໜັກ 1 ກິໂລກລັມ ເປັນເວລາ 5 ອາທິດ ຜົນທີ່ໄດ້ຮັບຄື ລະດັບນຳຕານ ແລະ ໄຂມັນໃນເລືອດ ລົດລົງຢ່າງເຫັນຜົນໄດ້ຊັດເຈນ    

9. ໝາກເຂືອເລດ


         ເປັນສະໝຸນໄພອີກຊະນິດໜື່ງທີ່ຢູ່ຄຽງຄູ່ກັບຄົນລາວ ໂດຍສະເພາະແມ່ນແກງໜໍ່ ໝາກເຂືອເລດເປັນສະໝຸນໄພ ທີ່ມີສານຕ້ານອານຸມຸນອິດສະຫຼະ ແລະ ຄຸນຄ່າທາງ ໂພສະນາການສູງ ອີກທັງຍັງມີລິດໃນການລົດລະດັບນ້ຳຕານໃນເລືອດ ເພາະວ່າມີໄຟເບີ້ສູງ ໂດຍສະເພາະໄຟເບີ້ທີ່ສາມາດລະລາຍໃນນ້ຳໄດ້ ສາມາດລົດການດູດຊືມນ້ຳຕານ ແລະ ໄຂມັນເຂົ້າສູ່ຮ່າງກາຍໄດ້  

10. ໝາກເຂືອພວງ


          ໝາກເຂົືອພວງ ທີ່ຄົນລາວັກນຳມາກັບລາບ ນອກຈາກເປັນອາຫານແລ້ວ ກໍ່ຍັງສາມາດລົດລະດັບນ້ຳຕານໃນເລືອດໄດ້ ແລະ ຍັງສາມາດຊ່ວຍຍ່ອຍອາຫານໄດ້ດີ


ไม่มีความคิดเห็น