Header Ads

ຕົ້ນຂີ້ເຫຼັກ ຊ່ວຍຂັບນີ້ວ, ຊ່ວຍບຳລຸງເລືອດ ແລະ ແກ້ລົງຂາວ


ນັບເປັນພືດສະໝຸນໄພທີ່ຢູ່ໃກ້ໂຕຫຼາຍ ຈົນຫຼາຍຄົນເບີ່ງຂ້າມໄປຢ່າງໜ້າເສຍດາຍ ສຳຫຼັບ ຕົ້ນຂີ້ເຫຼັກ ເປັນຜັກພື້ນບ້ານທີ່ຄູ່ຄົນລາວ ແລະ ມີສັບພະຄຸນທາງຢາ ເພາະທຸກສ່ວນຂອງຕົ້ນຂີ້ເຫຼັກ ມີລົດຊາດຂົມ ອັນເປັນປະໂຫຍດຕໍ່ການນຳມາບັນເທົາ ຫຼື ປ້ອງກັນໂລກໄດ້ສາລະພັດໂລກ, ຕົ້ນຂີ້ເຫຼັກຂື້ນຊື່ເລື່ອງເປັນຢາບຳລຸງລະບົບປະສາດ ແລະ ອື່ນໆ ຊື່ໃນທາງວິທະຍາສາດຄື: Cassia siamea (Lam.)

ຄຸນປະໂຫຍດ ແລະ ສັບພະຄຸນ

ໃບ: ຊ່ວຍຖອນພິດໄຂ້, ຂັບນີ້ວໃນພົກຍ່ຽວ, ແກ້ລະດູຂາວເພດຍິງ, ບຳລຸງເລືອດ, ແກ້ບວມ, ແກ້ອາການນອນບໍ່ຫຼັບ

ດອກ: ແກ້ນອນບໍຫຼັບ, ໂລກປະສາດ, ຫອບຫືດ, ແກ້ຮັງແຄ ແລະ ເປັນຢາລະບາຍ
ໝາກ: ແກ້ໄຂ້ (ຕົ້ມ)
ເປົືອກ: ແກ້ລິດສິດວງທະວານ (ຕົ້ມກິນ)
ຮາກ: ຖອນພິດໄຂ້, ເສັ່ນເອັນຕຶງ, ຄາຍເສັ້ນ
ແກ່ນ: ຮັກສາໜອງໃນ, ກາມມະໂລກ, ແກ້ແສບຕາ, ບຳລຸງລະບົບໝຸນວຽນເລືອດໄດ້ດີ



ວິທິເຮັດເປັນຢາລະບາຍ

ເອົາດອກອ່ອນ ຫຼື ແກ່ ກໍ່ໄດ້ ປະມານ 4 ກຳມື ຕົ້ມກັບນ້ຳພໍດີຖ້ວມດອກ ປະທານ 30 ນາທີ ແລ້ວດື່ມກ່ອນນອນຊ່ວຍເປັນຢາລະບາຍ

ຊ່ວຍໃຫ້ນອນຫຼັບ

ເອົາໃບຂີ້ເຫຼັກຕາກແຫ້ງ ປະມານ ເຄີ່ງໂລ ນຳໄປຕົ້ມນ້ຳພໍດີຖ້ວມ ແລ້ວດື່ອມຕອນນ້ຳອຸ່ນໆ ກ່ອນນອນ ຈະຊ່ວຍໃຫ້ນອນຫຼັບດີຂື້ນ ເພາະມີສັບພະຄຸນຊ່ວຍລະງັບປະສາດໄດ້ດີ
ທີ່ມາ https://www.blogger.com/

ไม่มีความคิดเห็น