Header Ads

ສັບພະຄຸນຂອງໝາກງິ້ວຊ່ວຍບຳລຸງທ່ານຊາຍ ແລະ ເປັນຢາແກ້ໄອ



ຕົ້ນງິ້ວແມ່ນພຶດຊະນິດໜື່ງ ທີ່ມີຊື່ທາງວິທະຍາສາດ Ceiba pentandra (L.) Gaertn. ທີ່ນິຍົມນຳມາເຮັດເຊື່ອນອກ ໝອນ ນອກຈາກນີ້ກໍ່ຍັງມີສັບພະຄຸນທາງຢາຫຼາຍຢ່າງເຊັ່ນ: ບຳລຸງກຳລັງຂອງທ່ານຊາຍ, ລົດໄຂ້, ຊ່ວຍຂັບປັດສະວະ, ແກ້ໄອ ແລະ ອື່ນໆ

ສັບພະຄຸນຂອງງິ້ວ

ສຳຫຼັບການໃຊ້ປະໂຫຍດຂອງງິ້ວ ດ້ານການບຳລຸງກຳລັງຂອງທ່າຊາຍ ແລະ ຮັກສາໂລກໄພຕ່າງໆແລ້ວ ສາມາກໃຊ້ປະໂຫຍດຈາກ: ຮາກ, ໃບ, ເປືອກ, ໃບ, ດອກຕາກແຫ້ງ, ນ້ຳມັນແກ່ນງິ້ວ ລາຍລະອຽດຂະປະໂຫຍດມີດັ່ງນີ້:
  • ຮາກ: ຊ່ວຍບຳລຸງກຳລັງ ຮັກສາເບົາຫວານ, ແກ້ໄອ, ແກ້ປວດຮາກ, ແກ້ງທຽວທ້ອງ, ຮັກສາລຳໄສ້ອັກເສບ, ແກ້ເຈັບທ້ອງ, ຊ່ວຍຂັດຍ່ຽວດ (ຕົ້ມກິນ)
  • ຢາງງິ້ວ: ຊ່ວຍບຳລຸງກຳລັງ,​ ແກ້ໄອ, ແກ້ຫອບຫືດ, ແກ້ອາຫານເປັນພິດ, ຊ່ວຍເພີ່ມສະມັດຕະພາບທາງເພດ (ແຊ່ນ້ຳກິນ)
  • ດອກແຫ້ງ: ຊ່ວຍລົດໄຂ້ ແລະ ແກ້ໄອ (ແຊ່ນ້ຳກິນ)
  • ໃບງິ້ວ: ຊ່ວຍລົດໄຂ້, ແກ້ໄອ, ຮັກສາທໍ່ຍ່ຽວອັກເສບກ ແກ້ຝີ, ແກ້ຝົກຊ້ຳ
  • ແກ່ນງິ້ວ: ຊ່ວຍຂັບຍ່ຽວ (ກິນດິບ)
  • ນ້ຳມັນແກ່ນງິ້ວ: ເປັນຢາລະບາຍ

ไม่มีความคิดเห็น