ຟ້າຜ່າ ໂຮງຮຽນອານຸບານ ເພດານລຸລົງໃສ່ເດັກນ້ອຍເສຍຊີວິດ 1 ບາດເຈັບອີກຫຼາຍຄົນ
ສະຫຼົດ! ເມື່ອເວລາ 16:30 ນາທີ ວັນທີ່ 22/04/2019 ເກີດພາຍຸເຂົ້າ ທັງຝົນທັງລົມ ແລະ ໝາກເຫັບຕົກຢ່າງໜັກເປັນຊົ່ວໂມງ
ໂຮງຮຽນ ເພັນບຸລີ ເປັນໂຮງຮຽນອາຄານ 3 ຊັ້ນ ທີ່ເມືອງຂອນແກ່ນ ປະເທດໄທ . ເພດານໄດ້ຕົກລົງມາໃສ່ຫ້ອງໂຖງ ທັບເດັກນັກຮຽນ ເສຍຊີວິດ 1 ຄົນ ບາດເຈັບ 2 ຄົນ ແລະ ຄູກະໄດ້ຮັບບາດເຈັບ ອີກ 2 ຄົນ. ເຈົ້າໜ້າທີ່ໄດ້ເລັ່ງນຳໂຕສົ່ງໂຮງໝໍກຸງເທບ ສາຂາຂອນແກ່ນ ໂດຍທັນທີ
cr. mgr online
Post a Comment