ຮັບສະໝັກພະນັກງານຂາຍຫຼາຍຕຳແໜ່ງ ບໍ່ຈຳເປັນຕ້ອງມີປະສົບການກໍ່ສະໝັກໄດ້
ໂອກາດໃນການຮ່ວມງານ ກັບ ບໍລິສັດເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກ
ໂຄຄາ-ໂຄລາ ເລີ່ມຕົ້ນທຸລະກິດໃນລາວ ແລະ ໄດ້ຮັບອະນຸຍາດຈາກລັດຖະບານລາວ ຕັ້ງແຕ່ປີ 2012, ເປັນຜູ້ຜະລິດ ນໍາເຂົ້າ ແລະ ຈັດຈໍາໜ່າຍນໍ້າແລະເຄື່ອງດື່ມອັດລົມ ໃນປະເທດ ແລະ ສົ່ງອອກໄປຍັງຕ່າງປະເທດ, ເປັນໜື່ງໃນບໍລິສັດຂະໜາດໃຫ່ຍລະດັບໂລກ ທີ່ກຳລັງພັດທະນາແລະຈະເລີນເຕີບໂຕໃນ ສປປ ລາວ. ພວກເຮົາກຳລັງຕ້ອງການຄົນຮຸ່ນໃຫ່ມ ທີ່ມີຄວາມສາມາດແລະຄວາມກະຕືລືລົ້ນເຂົ້າມາຮ່ວມງານກັບບໍລິສັດຂອງພວກເຮົາ.

ປິດຮັບສະໝັກ ວັນທີ 23 ເດືອນ ເມສາ 2019
ສະຖານທີ່ປະຈຳການ: ນະຄອນຫລວງວຽງຈັນ, ຫຼວງນ້ຳທາ.
ພະນັກງານຂາຍ (Sales Executive) ຈຳນວນຫຼາຍຕຳແໜ່ງ
ໜ້າທີຮັບຜິດຊອບ:
- ຂາຍສິນຄ້າ ແລະ ຜະລິດຕະພັນນໍ້າທຸກຊະນິດຂອງບໍລິສັດ ໃຫ້ຮ້ານຂາຍສົ່ງ, ຮ້ານຂາຍຍ່ອຍ, ມິນິມາກ, ຮ້ານອາຫານ ແລະ ຮ້ານອື່ນໆ;
- ເອົາໃຈໃສ່, ດູແລ ແລະ ເຮັດໃຫ້ລຸກຄ້າປະທັບໃຈໃນການບໍລິການ;
- ຮັບເອົາສີນຄ້າສັ່ງຈາກລູກຄ້າໄດ້ຖືກຕ້ອງ ແລະ ຊັດເຈນ;
- ຕິດຕາມການຂົນສົ່ງສິນຄ້າໃຫ້ແກ່ລູກຄ້າ, ເບີ່ງສີນຄ້າຂາດ ແລະ ສົ່ງສີນຄ້າຄືນລຸກຄ້າຖ້າໝົດອາຍຸ;
- ມີພະລັງຂາຍ ແລະ ສາມາດເປີດຮ້ານໃໝ່ໄດ້ຕາມເປົ້າໝາຍ;
- ໜ້າທີ່ອື່ນໆ ທີ່ຜູ້ຈັດການຝ່າຍມອບໝາຍໃຫ້.
ຄຸນນະສົມບັດຂອງຜູ້ສະໜັກ:
- ເພດຊາຍ ຫຼື ເພດຍິງ, ສັນຊາດລາວ;
- ມີບຸກຄະລິກ ແລະ ຮູບຮ່າງສົມບູນດີ;
- ການສຶກສາ ລະດັບວິທະຍາໄລ (ຊັ້ນສູງ) ຂື້ນໄປ ໃນສາຂາທີ່ກ່ຽວຂ້ອງ ( ການຂາຍ, ການຕະຫຼາດ, ບໍລິຫານທຸລະກິດ);
- ບໍ່ຈຳເປັນຕ້ອງມີປະສົບການ;
- ຮັກ ແລະ ສົນໃຈ ວຽກທາງດ້ານການຂາຍ ແລະ ເປັນຄົນມີລະບຽບວິໄນ;
- ມີທັກສະສື່ສານໄດ້ດີ ແລະ ສາມາດເຮັດວຽກເປັນທີມໄດ້ເປັນຢ່າງດີ;
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນ, ມີຄວາມອົດທົນ ແລະ ຫ້າວຫັນ;
- ມີຄວາມຮັບຜິດຊອບສູງ ແລະ ຄວາມກ້າຕັດສິນໃຈ;
- ມີໃບຂັບຂີ່ແລະຍານພາຫະນະເປັນຂອງໂຕເອງ (ຍານພາຫະນະທີ່ໃຊ້ແມ່ນຂອງພວກທ່ານເອງແຕ່ທາງບໍລິສັດພວກເຮົາຈະມີຄ່າເຊື່ອມລົດ ແລະຄ່ານ້ຳມັນລົດໃຫ້).
ບໍລິສັດພວກເຮົາ ມີການຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ, ມີປະກັນໄພຊີວິດ ສຸຂະພາບ ແລະ ອຸບັດຕິເຫດ, ເງິນຄ່າອາຫານອແລະ ຜົນປະໂຫຍດອື່ນໆ, ຖ້າສົນໃຈສາມາດສົ່ງປະຫວັດການເຮັດວຽກ ຫຼື ໃບສະໝັກມາທາງອີເມລ:
Recruitment@laoscoke.com ຫລື ສາມາດຢື່ນດ້ວຍຕົນເອງໄດ້ທີ່: ບໍລິສັດ ລາວ ໂຄຄາ-ໂຄລາ ບອ໊ຕຕລິງ ຈຳກັດ
ສະຖານທີ່: ບ້ານ ໄຮ່, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ. ເບີໂທລະສັບ: +856 21 781 000.
Post a Comment