ດ່ວນ! ເກີດເຫດແຜ່ນດິນໄຫວ ທີ່ຫຼວງພະບາງ
ແຜ່ນດິນໄຫວ 3.7 ຣີກເຕີ ທີນະຄອນຫລວງພຣະບາງ ໃນເວລາ ປະມານ 10:05 ໂມງ ຂອງວັນທີ 23 ເມສາ 2019.
ເກີດເຫດແຜ່ນດິນໄຫວຂະໜາດ 3.7 ຣິກເຕີ, ໂດຍມີຈຸດສູນກາງຢູ່ເສັ້ນຂະໜານ ທີ 19.796 ອົງສາເໜືອ ແລະ ເສັ້ນແວງທີ 102.101 ອົງສາຕາເວັນອອກ, ໃນເຂດນະຄອນຫຼວງພຣະບາງ ຕໍ່ໃສ່ເມືອງຊຽງເງິນ, ແຂວງຫຼວງພຣະບາງ ບ້ານທີ່ໃກ້ກັບຈຸດສູນກາງທີ່ສຸດແມ່ນບ້ານຊຽງມວກ, ບ້ານປ່າໜໍ້, ບ້ານຕີນຜາ, ບ້ານໜອງໂຕກ ແລະ ບານຫ້ອຍທອງ ນະຄອນຫຼວງພຣະບາງ, ບ້ານຫ້ວຍເທົາ, ບ້ານລ້ອງສ້ານ ເມືອງຊຽງເງິນ.
Post a Comment