ແຜ່ນດິນໄຫວ ທີ່ຟິລິປິນ 6.3 ຣິກເຕີ ເສຍຊີວິດຢ່າງໜ້ອຍ 8 ຄົນແລ້ວ
ສຳນັກງານສຳຫຼວດທໍລະນີວິທະຍາ (USGS) ເຜີຍວ່າແຜ່ນດິນໄຫວຂະໜາດ 6.3 ຣິກເຕີ ເມື່ອເວລາ 16:11 ນາທີ ຂອງວັນທີ່ 22/04/2019 ໂດຍມີສູນກາງຢູ່ທີ່ຕອນກາງຂອງ ຟິລິປິນ ແຕ່ແຮງສັ່ນສະເທືອນຮັບຮູ້ໄດ້ເຖິງ ກຸງມະນິລາ ແລະ ເຮັດໃຫ້ອາຄານສູງສັ້ນສະເທືອນ.
ຈາກເຫດການໃນຄັ້ງນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ ໂດຍ 36 ຄົນທຳອິດຖືກອາຄານໃນເມືອງ ປໍຣັກ ແຂວງ ປຳປັງງາ ຖະລົ່ມທັບ ໃນຂະນະທີ່ ແມ່ຕູ້ແລະ ຫຼານ 2 ຄົນ ກໍ່ຖືກຕືກຖະລົ່ມທັບທີ່ເມືອງ ລູເບາ ທີ່ຢູ່ໃກ້ກັບຈຸດແຜ່ນດິນໄຫວ ແລະ ມີຜູ້ເສຍຊີວິດໃນເວລາຕໍ່ມາ ອີກ 3 ຄົນ
ນອກຈາກນີ້ ໃນຂະນະທີ່ເກີດເຫດແຜ່ນດິນໄຫວ ຜູ້ຄົນກໍ່ພາກັນອອກມາຈາກອາຄານ ຢູ່ໃນຫົນທາງ ເພື່ອຄວາມປອດໄພ
ຂໍຂອບໃຈຂໍ້ມູນ: sanook.com
Post a Comment