Header Ads

ການເອົາໂຕລອດເມື່ອເກີດໄຟໄໝ້ ທີ່ທຸກຄົນຕ້ອງຄວນຮູ້


         ສະຖານະການໄຟໄໝ້ ເປັນເລື່ອງທີ່ເກີດຂື້ນແບບກະທັນຫັນ ແລະ ສາມາດຂ້າຊີວິດຜູ້ປະສົບໄພໄດ້ ສະນັ້ນບໍ່ວ່າໃຜກໍ່ຕາມຄວນມີຄວາມຮູ້ເບື່ອງຕົ້ນ ໃນການເອົາໂຕລອດຈາກເຫດການໄຟໄໝ້ເອົາໃຊ້ໃນຍາມສຸກເສີນ

        ສາເຫດການເສຍຊີວິດຈາກເຫດການໄຟໄໝ້ມີຄື:

  • ຮ່າງກາຍຖືກເຜົາໄໝ້
  • ສູດດົມຄວັນໄຟເຂົ້າໄປຫຼາຍ ສົ່ງຜົນເຮັດໃຫ້ພາວະຫົວໃຈຢຸດເຕັ້ນແບບກະທັນຫັນ ແລະ ເສຍຊີວິດໃນທີ່ສຸດ
  • ຄວນໄຟທີ່ມີການໄໝ້ແບບບໍ່ສົມບູນເຮັດໃຫ້ເກີດກ໊າສກາກບອນທີ່ເປັນອັນຕະລາຍຕໍ່ຮ່າງກາຍເມື່ອດົມເຂົ້າໄປ
  • ສານເຄມີອື່ນໆ ທີ່ເກີດຈາກການເຜົາໄໝ້ 
  • ອາຍຮ້ອນທີ່ເກີດຂື້ນຈາກຄວາມຮ້ອນ ຖ້າຫາກດົມເຂົ້າໄປຈະເຮັດທາງທໍ່ອາກາດໄປສູ່ປອດບວມ ແລະ ເສຍຊີວິດໄດ້
  • ອຸບັດຕິເຫດຈາກການຫຼົບໜີ

       ການຊ່ວຍເຫຼືອຜູ້ອື່ນຈາກສະຖານະການໄຟໄໝ້


  • ຖ້າຫາກຢູ່ໃນສະຖານະການສຸກເສີນ ໃຫ້ນຳຜູ້ປະສົບໄພອອກຈາກທີ່ເກີດເຫດໃຫ້ໄວທີ່ສຸດ
  • ກໍລະນີຖືກໄຟໄໝ້ຫຼາຍ ຫຼັງຈາກຊ່ວຍອອກມາຈາກທີ່ເກີດເຫດແລ້ວ ໃຫ້ຮີບແກ້ເສື້ອ ຫຼື ຕັດເສື້ອອອກຈາກຮ່າງກາຍ ແຕ່ໃຫ້ເຮັດຢ່າງລະວັງ
  • ໃຊ້ນຳສະອາດ ອຸນຫະພູມປົກກະຕິ ຫົດໂຕຜູ້ປະສົບໄພ ເພາະຈະເຮັດໃຫ້ເຢັນລົງ

       ວິທີເອົາໂຕລອດຈາກເຫດການໄຟໄໝ້ 

  1. ຕັ້ງສະຕິແລ້ວພາໂຕເອງອອກຈາກທີ່ເກີດເຫດໃຫ້ໄວທີ່ສຸດ
  2. ພະຍາຍາມການລີກລ້ຽງການສູດດົມຄວັນຕ່າງໆ ເພາະຈະເຮັດໃຫ້ຮ່າງກາຍຂາດອົກຊີ 
  3. ເອົາຜ້າ ຈຸບນ້ຳ ປິດປາກປິດດັງ ຫຼື ເອົາຜ້າຫົ່ມຈຸ່ມນ້ຳແລ້ວຫົ່ມໂຕອອກຈາກທີ່ເກີດເຫດ
  4. ຖ້າຢູ່ໃນຫ້ອງ ບໍ່ຄວນເປີດປະຕູທັນທີ ຄວນຈັບເບີ່ງຝາປະຕູກ່ອນວ່າຮ້ອນຫຼືບໍ່ ຖ້າຫາກຮູ້ສຶກຮ້ອນໝາຍຄວາມວ່າໄຟໃກ້ເຂົ້າມາຮອດປະຕູແລ້ວ ຄວນເອົາຜ້າມາອັດປ່ອງຕາມຮູປະຕູໄວ້ເພື່ອບໍ່ໃຫ້ຄວນເຂົ້າມາ
  5. ຖ້າຢູ່ໃນຫ້ອງຄວນໄຂປ້ອງຢ້ຽມແລ້ວສົ່ງສັນຍານຂໍຄວາມຊ່ວຍເຫຼືອ ເຊັ່ນ: ສ່ອງໄຟໂທລະສັບ ເພື່ອໃຫ້ຄົນຢຸ່ນອກຮູ້ວ່າມີຄົນຢູ່ໃນຫ້ອງ
  6. ຫຼິກລ້ຽງການໃຊ້ລິບ ຄວນໃຊ້ຂັ້ນໃດໜີໄຟແທນ ເພາະໄຟຟ້າອາດຈະດັບແລ້ວຄາຢູ່ໃນລິບ
  7. ຫຼີກລ້ຽງການໜີເຂົ້າຈຸດອັບ ໃຫ້ຫາບ່ອນທີ່ອາກາດຖ່າຍເທສະດວກ
  8. ໃນລະຫວ່າງທາງທີ່ໜີອອກມາຖ້າມີຄວນ ໃຫ້ກົ້ມລົງຕ່ຳທີ່ສຸດ ເພາະຄວັນໄຟມັກຈະລອຍຢູ່ເທິງ ຫຼື ຄານໄປກໍ່ໄດ້ຖ້າຈຳເປັນ

          ຄວນປະຕິບັດແບບໃດກ່ອນເກີດໄຟໄໝ້

               ບໍ່ວ່າຈະພັກຢູ່ໃສກໍ່ຕາມ ຫ້ອງເຊົ່າ ຫຼື ເຮືອນໂຕເອງ ໃຫ້ຈື່ຕຳແໜ່ງທາງທີ່ຈະໜີເມື່ອເກີດເຫດສຸກເສີນໄວ້ ເພື່ອວ່າເມື່ອໃດເກີດເຫດຈະໄດ້ວາງແຜນໜີອອກມາໄດ້ ເພາະຕາມທີ່ຜ່ານມາພົບວ່າມີຄົນເສຍຊີວິດຍ້ອນບໍ່ຮູ້ທາງທີ່ຈະໜີ ຈື່ລບໍ່ສາມາດໜີອອກມາໄດ້


1 ความคิดเห็น:

  1. ไม่ระบุชื่อ29 มกราคม 2565 เวลา 02:20

    Coin Casino - How to win with the Coin Casino
    The 인카지노 casino choegocasino coin bonus gives players a chance to 1xbet win the most exciting coins! With a no deposit bonus, players can use this bonus to get a real money

    ตอบลบ