ລະບຽບ ແລະ ຂໍ້ຫ້າມການຫົດພຣະບາງເຈົ້າ
#ລຳດັບການແລະຂໍ້ຫ້າມຂໍ້ຄວນປະຕິບັດເວລາມາຫົດສົງນ້ຳພະບາງເຈົ້າ
*ລຳດັບການຂຶ້ນສົງນ້ຳ
1.ປູເຍີ-ຍາເຍີ ຂຶ້ນໄປຫົດສົງກ່ອນ ເນຶ່ອງດ້ວຍພວກເຮົານັບຖຶວ່າເປັນເທວະດາຫລວງ ບັນພະບູລຸດຂອງຄົນລາວ
2.ພະສົງເຖຣະ 9ອົງຂຶ້ນຫົດສົງເນຶ່ອງດ້ວຍເປັນຜູ້ນຳດ້ານວັດວາພຸດທະສາສນາ ຮີດຄອງປະເພນີຂອງຊາວພຸດ
3.ພາມມະນາຈານທັງ8 ເນຶ່ອງຈາກເປັນຜູ້ຫລັກຜູ້ໃຫຍ່ອາວູໂສໃນບ້ານເມຶອງ ເປັນທີ່ປຶກສາແກ່ພະຣາຊາໃນສະໄຫມ່ກ່ອນ
4.ການນຳຂັ້ນສູນກາງ ແຂວງ ເມຶອງຕາມລຳດັບຂັ້ນ ເປັນຝ່າຍເຈົ້ານາຍບ້ານເມຶອງ
5. ນາງສາວສັງຂານທັງ7ລູກສາວຜະຍາກາບິນລະພົມ ອັນກ່ຽວກັບຕຳນານສົງການ
6.ຜູ້ນຳອາວູໂສເຖົ້າແກ່ ພໍ່ຄ້າຊາວຂາຍ
7. ຊາວພຸທທະສາສະນິກະຊົນບັນດາເຜົາທົ່ວໄປທີ່ມາຮ່ວມ
#ຂໍ້ຫ້າມໃນການຂຶ້ນສົງນ້ຳ
1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ
2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ
3. ຫ້າມຜູ້ມີອາການມຶນເມົາ
4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ
5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ
#ຂໍ້ຄວນປະຕິບັດ
1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ
2.ປົດເກີບໄວ້ນອກກ່ອນຂຶ້ນສົງ
3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ
$$ຫວັງວ່າຜູ້ມາຈະໃຫ້ຄວາມຮ່ວມມຶຕາມນີ້
#ຂໍ້ມູນຈາກ ວັດໃໝ່ ນະຄອນຫຼວງພຣະບາງ
Post a Comment