Header Ads

ຫົວໜ້າຫ້ອງການ / ຫົວໜ້າທີມຂອງບັນດາວິສະວະກອນ


ບໍລິສັດ ລາວວິສະວະກຳທີ່ປຶກສາ ຈໍາກັດ (Lao Engineering Consultant Co., Ltd.ກຳລັງມີການຂະຫຍາຍຕົວທາງດ້ານທຸລະກິດທີ່ປຶກສາດ້ານການສຳຫຼວດ, ອອກແບບ, ຄຸມງານກໍ່ສ້າງ ສະຖາປັດຕິຍະກໍາ ແລະວິສະວະກໍາຂົວ-ທາງ ໃຫ້ແກ່ລູກຄ້າຫຼາຍພາກສ່ວນ ທັງພາກລັດ ແລະເອກກະຊົນ, ທາງບໍລິສັດຮັບອອກແບບຄົບວົງຈອນ ສຳລັບສໍານັກງານ, ອາຄານພານິດ, ໂຮງແຮມ, ອາພາດເມັ້ນ, ເຮືອນພັກອາໃສ, ການພັດທະນາລະບົບຜັງເມືອງ, ການຈັດວາງໂຄງລ່າງພື້ນຖານ ແລະການບໍລິຫານປະກອບເອກະສານປະມູນ ເອກະສານບໍລິຫານ-ຕິດຕາມໂຄງການກໍ່ສ້າງ.
ດັ່ງນັ້ນ, ໃນປະຈຸບັນ ທາງບໍລິສັດຈຶີ່ງມີຄວາມຕ້ອງການເພື່ອນຮ່ວມງານເພີ່ມ ຈໍານວນ 04 ຕໍາແໜ່ງ:
4. ຫົວໜ້າຫ້ອງການ / ຫົວໜ້າທີມຂອງບັນດາວິສະວະກອນ (ຢູ່ຫ້ອງການ ນະຄອນຫຼວງວຽງຈັນ)
(Office Manager / Head of Construction Engineering
ໜ້າທີ່ຮັບຜິດຊອບ:
  • ຄຳນວນ-ຄິດໄລ່, ບໍລິມາດ-ປະລິມານຂອງວຽກ ອີງຕາມແບບແຕ້ມ ມາດຕະຖານເຕັກນິກການກໍ່ສ້າງສະເພາະວຽກເຄຫາສະຖານ.
  • ກຳນົດລາຄາຫົວໜ່ວຍ ສຳລັບບັນດາລາຍການໜ້າວຽກຕ່າງໆ ທີ່ລະບຸໃນລາຍການຂອງໃບລາຄາ ເພື່ອເປັນລາຄາກາງຂອງການກໍ່ສ້າງ ສະເພາະວຽກເຄຫາສະຖານ.
  • ຕິດຕາມການປ່ຽນແປງລາຄາຫົວໜ່ວຍຂອງທຸກໆປະເພດວັດສະດຸກໍ່ສ້າງ, ລາຄາແຮງງານຮັບເໝົາ ແລະແຮງງານລາຍວັນ ຂອງວຽກກໍ່ສ້າງເຄຫາສະຖານ ແລະ ວຽກຕົບແຕ່ງພາຍໃນ.
  • ປະກອບບົດບັນທຶກກອງປະຊຸມວິຊາການ ແລະ ບັນທຶກຜົນການປະຊຸມກັບລູກຄ້າ (ຖ້າມີປະຊຸມ)
  • ຊ່ວຍວຽກຜູ້ບໍລິຫານຫ້ອງການໃນປັບປຸງການອອກສະເປັກ ວຽກກໍ່ສ້າງເຄຫາສະຖານ (ອີງຕາມຄວາມຈຳເປັນສະເພາະປະເພດວຽກ)
  • ພົວພັນເອົາລາຄາຫົວໜ່ວຍກັບບັນດາຜູ້ສະໜອງວັດສະດຸກໍ່ສ້າງຢູ່ພາຍໃນ ແລະຕ່າງປະເທດ.
ເງື່ອນ​ໄຂ​​ຜູ້​ສະ​ໝັກງານ​:
  • ຈົບປະລີນຍາຕີ ​ທາງ​​ສາຍວິສະວະກອນກໍ່ສ້າງເຄຫາສະຖານ ຫຼື ສະຖາປະນິກ (ເພດ​ຍິງ ຫຼື ເພດຊາຍ)
  • ສາມາດນຳໃຊ້ໂປຼແກ​ຣມຄອມພີວເຕີ້ Microsoft Office (Word / Excel / Project), Auto Cad, Sketch-Up ເປັນຕົ້ນ ແລະ ຖ້າ​ໄດ້ພາ​ສາ​ອັງ​ກິດ (ອ່ານ ຂຽນ ເວົ້າ) ຈະ​ພິ​ຈາລະ​ນາ​ເປັນ​ພິ​ເສດ
  • ມີມະ​ນຸດ​ສຳ​ພັນ​ດີ,​ມີ​ຄວາ​ມ​ດຸ​ໝັ່ນ,​ຫ້າວ​ຫັນ ​ແລະ ​ມີ​ຄວາມ​ສາ​ມັກ​ຄີ​ໃນ​ການ​ຮ່ວມເຮັດ​ວຽກ​ເປັນ​ທີມ
  • ຕ້ອງ​ມີປະສົບການສະເພາະທາງ ວິສະວະກຳກໍ່ສ້າງເຄຫາສະຖານ 05 ປີ ຂື້ນໄປ (ສ່ວນຫົວໜ້າຫ້ອງການ ທີ່ເປັນວິຊາການເຄຫາສະຖານ ຕ້ອງ​ມີປະ​ສົບການ​ 10 ປີ ຂື້ນໄປ) ແລະສາມາດເດີນທາງໄປຕ່າງແຂວງໄດ້ເປັນໄລຍະ.
ສົນໃຈສາມາດຍືນເອກກະສານ ແລະ ຂຽນຟອມສະໝັກວຽກໄດ້ທີ່:
ໂຄ​ລາວ​ທາວ​ເວີ II, ຫ້ອງ 408, ຊັ້ນ 4, ຖ. 23 ສີງ​ຫາ, ບ. ໜອງ​ບອນ, ມ. ໄຊ​ເສດ​ຖາ, ນະ​ຄອນຫຼວງວຽງ​ຈັນ.
ໂທລະສັບ: 0309151697, 0309089347
ຍືນ CV ທາງອິແມວ::         xayyaphone_phone@yahoo.comlathdaphone231094@gmail.com
ປິດ​ຮັບ​ສະ​ໝັກວັນທີ: 05 ເມສາ 2019     
ໝາຍເຫດ: ​ຖື​ເອ​ກະ​ສານ​ຕິດຄັດເພື່ອສະໝັກງານ ແລະສອ​ບ​ຖາມ​ໄດ້​​ ໃນ​ໂມງ​ລັດຖະການ.

ไม่มีความคิดเห็น