ຄົນລາວຖືກຫວຍຢູ່ຕ່າງປະເທດ 1,000,000 ໂດລາ ແຕ່ຖືກເພື່ອນຮ່ວມງານ 4 ຄົນຟ້ອງ ເພື່ອຂໍສ່ວນແບ່ງ
5*10,000 = 50,000 ໂດລາ. ຈົນມາຮອດວັນທີ່ 14/12/2018 ລອດເຕີລີ້ທີ່ຊື້ນັ້ນກໍ່ຖືກລາງວັນ 1,000,000 ໂດລາ.
ພວກເຂົາເວົ້າວ່າ ແສງສຸວັນ ບໍ່ໄດ້ບອກພວກເຂົາເລີຍວ່າຖືກລາງວັນ ຈົນມາເຫັນຂ່າວໃນ Social Media ເຫັນຕອນທີ່ແສງສຸວັນໄດ້ຮັບລາງວັນແລ້ວ.
ພວກເຂົາໄດ້ຟ້ອງໃຫ້ ແສງສຸວັນ ເພື່ອແບ່ງເງິນລາງວັນໃຫ້ຄົນລະ 200,000 ໂດລາ ເທົ່າກັນ.
ຈາກການຟ້ອງຮ້ອງດັ່ງກ່າວ ແສງສຸວັນ ກໍ່ໄດ້ປະຕິເສດທີ່ຈະແບ່ງເງິນລາງວັນໃຫ້ພວກເຂົາເຈົ້າ,
ນອກຈາກນັ້ນພວກ ເຂົາຍັງເວົ້າວ່າເງິນລາງວັນແມ່ນບໍ່ໃຫ້ ແສງສຸວັນ ເອົາໄປໃຊ້ເທື່ອເພາະຄະດີຍັງບໍ່ຈົບ.
ບັນດານັກຂ່າວທີ່ຕ້ອງການສຳພາດ ແສງສຸວັນ ແມ່ນບໍ່ສາມາດເຂົ້າເຖິງລາວໄດ້ ເພາະລາວບໍ່ຍອມໃຫ້ສຳພາດກັບຊື່ໃດໆ ເຖີງວ່າຈະໂທໄປແຕ່ກໍ່ບໍ່ຮັບສາຍ.
ຈາກການເປີດເຜີຍ ຂອງບໍລິສັດ B.C. Lottery Corporation (BCLC) ເຊີ້ງເປັນບໍລິສັດ ລອດເຕີລີ້ "ແສງສຸວັນ ໄດ້ເວົ້າວ່າ ເຂົາວາງແຜນທີ່ຈະໄປໃຊ້ເງິນຢູ່ທີ່ບ້ານເກີດປະເທດລາວ ນຳເງິນສ່ວນໜື່ງເພື່ອໄປ ຊຳລະໜີ້ ແລະ ແບ່ງໃຫ້ລູກໆຂອງເຂົາ" (ຈາກການໃຫ້ສຳພາດຂອງບໍລິສັດລອດເຕີລີ້)
ແສງສຸວັນ ໄດ້ເວົ້າວ່າ "ຂ້ອຍມີຄອບຄົວທີ່ຜູກພັນ ແລະ ຮັກຂ້ອຍຫຼາຍ" ຂ້ອຍຈະໃຊ້ຊີວິດໃນຊ່ວງບັ້ນປາຍກັບຄອບຄົວ ແລະ ເຮັດໃຫ້ຄອບຄົວຂອງຂ້ອຍມີຄວາມສຸກທີ່ສຸດ.
ຕອນນີ້ຂ້ອຍຈະຢຸດເຮັດວຽກ ແລະ ໃຊ້ຊີວິດຢ່າງມີຄວາມສຸກ ລາວໄດ້ກ່າວເພີ່ມ
ລາວໄດ້ວາງແຜນວ່າ ຈະຊື້ລົດ ຈ່າຍຄ່າເດີທາງກັບບ້ານເກີດປະເທດລາວ (ຕາມແຜນແມ່ນ ຈະເດີນທາງກັບລາວ 17/02/2019)
ກັບມາທີ່ຝ່າຍເພື່ອນຮ່ວມງານ ພວກເຂົາກຳລັງກັງວົນວ່າ ແສງສຸວັນຈະນຳໃຊ້ຈົນໝົດ ຈົນບໍ່ສາມາດເອົາຄືນມາໄດ້
ແສງສຸວັນ ຍັງບໍ່ຕອບສະໜອງຕໍ່ຄະດີດັ່ງກ່າວ ແລະ ຍັງບໍ່ໄດ້ນັດມື້ການສວບສວນແຕ່ຢ່າງໃດ
ບັນດານັກຂ່າວຕ້ອງໄດ້ອາໃສຂໍ້ມູນຈາກ ຝ່າຍໂຈດ, ທະນາຍ ແລະ ບໍລິສັດທີ່ປຶກສາເທົ່ານັ້ນ ເພາະບໍ່ສາມາດຕິດຕໍ່ກັບແສງສຸວັນໄດ້
*ຕາມລະບຽບທີ່ລະບຸໄວ້ຂອງບໍລິສັດລອດເຕີລີ້ ແມ່ນຈະຈ່າຍເງິນໃຫ້ກັບຜູ້ທີ່ຖື ລອດເຕີລີ້ເທົ່ານັ້ນ
ຂໍຂອບໃຈ: https://globalnews.ca/
Post a Comment