ສົງຄາມລິເບຍ ໄດ້ມີການເພີ່ມທະວີຄວາມຮຸນແຮງຂຶ້ນມີຜູ້ເສຍຊີວິດໄປແລ້ວ200ຄົນ
ສົງຄາມລິເບຍ ໄດ້ມີການເພີ່ມທະວີຄວາມຮຸນແຮງຂຶ້ນມີຜູ້ເສຍຊີວິດໄປແລ້ວ200ຄົນ.
ອີງຕາມການລາຍງານສະຖານະການຄວາມຄຶບຫນ້າຈາກສຳນັກຂ່າວນະຄອນທຣິໂປລີປະເທດລິເບຍໃນວັນທີ21ເມສາ2019ທີ່ຜ່ານມານີ້ວ່າ:
ລັດຖະບານແຫ່ງຊາດລິເບຍທີ່ມີສະຫະປະຊາຊາດ (ຢູເອັນ) ສະຫນັບສະຫນູນ ຊຶ່ງໄດ້ອອກຖະແຫຼງການເມື່ອວັນເສົາວ່າ:
ກອງກຳລັງທັງຫມົດທີ່ມີຢູ່ໃນສັງກັດໄດ້ເປີດປະຕິບັດການ “ໂຈມຕີຕອບໂຕ້ກັບ” ຢ່າງເຕັມຮູບແບບ” ຕໍ່ກອງທັບແຫ່ງຊາດລິເບຍ (ຈີເອັນເອ) ຂອງພົນເອກ ຄາລິຟາ ຮາຟຕາຣ.
ຊື່ງເປັນຝ່າຍບຸກເຂົ້າມາດ້ວຍການຍົກທັບອອກຈາກເມືອງເບງກາຊີ ທີ່ຢູ່ທາງຕາເວັນອອກຂອງປະເທດເພຶ່ອປະຕີບັດການໂຈມຕີ"ສາຍຟ້າ"ແລະທ່ານພົນເອກ ຄາຣິຟາ ຮາຟ໌ຕາຣ໌ກໍໄດ້ອອກມາຖະແຫລງການຢຶນຢັນເມື່ອທ້າຍອາທິດຜ່ານມາວ່າ:
ເປົ້າຫມາຍຂອງປະຕິບັດທາງການທະຫານຄັ້ງນີ້ຄື “ການປົດປ່ອຍ” ນະຄອນຕຣິໂປລີ ຈາກການຢຶດຄອງຂອງ “ກຸ່ມກໍ່ການຮ້າຍ”
ທຳນຽບຂາວອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ວ່າປະທານາທິບໍດີໂດນັລ ທຣັມ ສົນທະນາທາງໂທລະສັບກັບພົນເອກ ຮາຟຕາຣເມື່ອຕົ້ນອາທິດຜ່ານມາ ຊື່ງມີການ “ແລກປ່ຽນຄວາມຄິດເຫັນ” ໃນຫລາຍເລື່ອງ ແລະຜູ້ນຳອາເມຣິກາສະແດງຄວາມຊື່ນຊົມຕໍ່ບົດບາດຂອງພົນເອກ ຮາຟຕາຣໃນການ “ປາບປາມກຸ່ມກໍ່ການຮ້າຍ” ຕໍ່ມາສະຖານເອກອັກຄະລັດຖະທູດຝຣັ່ງປະຈຳນະຄອນຕຣິໂປລີອອກຖະແຫຼງການເປັນພາສາອາຣບິກ ປະນາມການສູ້ຮົບ ແລະຮຽກຮ້ອງການຢຸດຍິງ ຫລັງຖືກລັດຖະບານແຫ່ງຊາດລິເບຍລະງັບຄວາມສຳພັນເມື່ອອາທິດຜ່ານມາ.
ຂ່າວເກົ່າອອກຖະແຫລ່ງການໃຫມ່ໂດຍມີຂໍ້ມູນໃຫມ່ໆເພີມເຕີມເລັກນ້ອຍ.

Post a Comment