ຄູ່ຜົວເມຍສ້າງເຮືອນລອຍທະເລ ແລ້ວປະກາດເປັນລັດອິດສະຫຼະ ບໍ່ຂື້ນກັບກົດໝາຍປະເທດໃດໆ
ກຸຸ່ມ Seasteading ຄືກຸ່ມທີ່ປະກາດຕົນເອງວ່າ ຈະສະຖາປານາລັດອິດສະຫຼະຂື້ນມາ ໂດຍໄປສ້າງສິ່ງປຸກສ້າງໃນທະເລ ເຊີ່ງຕັ້ງຢູ່ຫ່າງອອກໄປຈາກປະເທດໄທ (ພູເກັດ) 12 ໄມທະເລ ໂດຍມີການໂຄສະນາຊັກຊວນໃຫ້ຄົນມາຮ່ວມກັນສ້າງເພື່ອຢູ່ອາໃສແບບຖາວອນ ຕາມແຜນແມ່ນຈະມີປະມານ 20 ຫຼັງ.
ແຕ່ສຸດທ້າຍທະຫານເຮືອພາກທີ 3 ຮູ້ຂ່າວກໍ່ໄດ້ລົງພື້ນທີ່ກວດສອບສີ່ງປຸກສ້າງກາງທະເລ ພໍໄປຮອດກໍ່ບໍ່ພົບຜູ້ຢູ່ອາໃສແລ້ວ ເລີຍໄດ້ຂື້ນໄປກວດເທີງກໍ່ໄດ້ພົບ ຊອງຢາທີ່ີຊື່ ຊາຍເປັນຊື່ຕ່າງປະເທດ ແລະ ຊື່ຜູ້ຍິງເປັນຊື່ຄົນໄທ ຄາດວ່າ 2 ຄົນນີ່ແມ່ນ ຜົວເມຍກັນ
ແລະ ກໍ່ໄດ້ດຳເນີນເລື່ອງ ສືບ ແລະ ຮຽກໂຕຜູ້ກ່ຽວ ເພາະເຂົ້າຂ່າຍມີຄວາມຜິດ ຕາມລະບຽບ ມາດຕາ 119 ຂອງໄທ ມາດຕານີ້ ຕ້ອງລະວັງ ມີຄວາມຜິດເຖີງປະຫານຊີວິດ ຫຼື ຕິດຄຸກຕະຫຼອດຊີວິດ
ຊົມວີດີໂອ
Post a Comment