Header Ads

10 ວິທີງ່າຍໆ ທີ່ຊ່ວຍໃນການລົດຄວາມດັນ ທີ່ໃຜໆກະເຮັດໄດ້


10 ວິທີງ່າຍໆ ທີ່ຊ່ວຍໃນການລົດຄວາມດັນ ທີ່ໃຜໆກະເຮັດໄດ້


ຫາກທ່ານກວດພົບວ່າກຳລັງຕົກຢູ່ໃນພາວະຄວາມດັນສູງ ທ່ານຮູ້ບໍ່ວ່າ ນອກຈາກຈະຮັກສາອາການດັ່ງກ່າວດ້ວຍຢາແລ້ວ ການປັບປ່ຽນພຶດຕິກຳ ຫຼື ປັບປ່ຽນວິຖີຊີວິດຂອງທ່ານກໍ່ຊ່ວຍໃນການບັນເທົາອາການໄດ້ ທັ່ງນີ້ເຮົາລອງມາເບີ່ງ 10 ວິທີຮັກສາ ໂລກຄວາມດັນສູງແບບງ່າຍໆ ທີ່ສາມາລົດຄວາມດັນສູງດ້ວຍຕົວທ່ານເອງໄດ້

1. ລົດນ້ຳໜັກ 



ທາ່ນຮູ້ຫຼຶບໍ່ວ່າ ໂລກຄວາມດັນສູງ ມັກຂື້ນຕາມນ້ຳໜັກໂຕທີ່ເພີ່ມຂື້ນ ເຊີ່ງການທີ່ນ້ຳໜັກສູງເກີດມາດຕະຖານ ສາມາດສົ່ງຜົນຕໍ່ລະບົບຫາຍໃຈໄດ້ໃນຂະນະທີ່ນອນຫຼັບ ແລະ ນຳໄປສູ່ການມີຄວາມດັນເລືອດສູງນັ້ນເອງ ທັ່ງນີ້ການລົດນ້ຳໜັກເປັນໜື່ງໃນວິທີການທີ່ມີປະສິດທິພາບທີ່ສຸດໃນການຊ່ວຍຄວບຄຸມຄວາມດັນເລືອດໄດ້ 

2. ອອກກຳລັງກາຍ

 ຖ້າຫາກທ່ານຕົກຢູ່ໃນຄວາມສ່ຽງທີ່ຈະເປັນຄວາມດັນສູງ ທ່ານຄວນຫັນມາອອກກຳລັງກາຍ ຢ່າງໜ້ອຍ ມື້ລະ 30 ນາທີ ເຊີ່ງຈະສາມາດປ້ອງກັນຄວາມດັນສູງໄດ້ ທັ່ງນີ້ການອອກກຳລັງກາຍ ກໍ່ມີຫຼາຍວິທີ ແລ້ວແຕ່ທ່ານໃດສະດວກວິທີໃດກໍ່ໄດ້

3. ໃສ່ໃຈກັບອາຫານ ແລະ ໂພສະນາການ


ອາຫານລົດຄວາມດັນ ການກິນອາຫານຈຳພວກ ຜັກ ໝາກໄມ້ ອາຫານທີ່ມີ ໂພແທສຊ່ຽນ ສູງ ພ້ອມດຽວກັນນັ້ນຄວນລົດອາຫານທີ່ມີໄຂມັນສູງ ທັ່ງນີ້ເຖິງແມ່ນວ່າຈະຍາກ ທີ່ຈະປ່ຽນພຶດຕິກຳການກິນທັນທີ ແຕ່ຖ້າບໍ່ຢາກໃຫ້ໂລກໄພໄຂ້ເຈັບຖາມຫາ ທ່ານຕ້ອງປັບປ່່ຽນໄປເພື່ອລະໜ້ອຍ 
       ອີກອັນໜື່ງແມ່ນ ໝາກກະຈ໊ຽບ ຫຼື ໝາກສົ້ມພໍດີ ແມ່ນສາມາຊ່ວຍຂັບໄຂມັນອອກຈາກຮ່າງກາຍຂອງເຮົາໄດ້ດີພໍສົມຄວນ 

4. ການລົດການຮັບປະທານອາານທີ່ມີ ໂຊດ້ຽນສູງ


ທ່ານຮູ້ຫຼືບໍ່ວ່າ ຖ້າຫາກວ່າທ່ານລົດການຮັບປະທານອາຫານທີ່ມີໂຊດ້ຽນສູງພຽງເລັກນ້ອຍ ກໍ່ຈະຊ່ວຍລົດຄວາມດັນເລືອດໄດ້ຫຼາຍ ອາຫານທີ່ມີ ໂຊດ໊ຍນສູງ ໂດຍສະເພາະແມ່ນຈຳພວກເກຶອ ແລະ ອາຫານສຳເລັດຮູບເປັນຕົ້ນ

5. ຈຳກັດການດື່ມ ເຫຼົ້າ - ເບຍ


ເປັນທີ່ຮູ້ດີກັນວ່າປະເພດ ເອລກໍຮໍ (ເຫຼົ້າ-ເບຍ) ຈະກໍ່ໃຫ້ເກີດໂທດແກ່ຮ່າງກາຍຫຼາຍຢ່າງ, ແຕ່ການດື່ມໃນປະລິມານທີ່ເລັກນ້ອຍກັບສົ່ງຜົນດີຕໍ່ຮ່າງກາຍຢ່າງໜ້າເຫຼືອເຊື່ອ ສະນັ້ນທ່ານຕ້ອງ ຈຳກັດໃນການດື່ມ ບໍ່ໃຫ້ຫຼາຍຈົນເກີນໄປ ມື້ລະກັກ ມື້ລະ ຈອກກໍ່ພໍ

6. ການສູບຢາ 

ການສູບຢາບໍ່ພຽງແຕ່ຈະເຮັດໃຫ້ປອດຂອງທ່ານ ສ່ຽງຕໍ່ການເປັນມະເລັງເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ຄວາມດັນເລືອດຂອງທ່ານສູງຂື້ນອີກເຊັ່ນກັນ ແລະ ຍັງສົ່ງຜົນທີ່ຈະເຮັດໃຫ້ມີຄວາມສ່ຽງຕໍ່ໂລກຫົວໃຈອີກ ທັ່ງນີ້ ການເຊົາສູບຢາ ນອກຈາກຈະຊ່ວຍໃຫ້ຄວາມດັນເລືອດຂອງທ່ານ ກັບມາສູ່ປົກກະຕິອີກຄັ້ງແລ້ວ ຍັງຈະເຮັດໃຫ້ທ່ານ ອາຍຸຍືນຂື້ນອີກ

7. ເຄື່ອງດື່ມປະເພດ ຄາເຟອິນ (ກາເຟ)

ເຖິງແມ່ນວ່າຈະມີການໂຕ້ຖຽງກັນ ວ່າສານຄາເຟອິນໃນ ກາເຟ ແລະ ນ້ຳຊາ ນັ້ນມີຄວາມເຊື່ອມໂຍງກັບຄວາມດັນເລືອດສູງຫຼືບໍ່ ທັ້ງນີ້ກໍ່ໄດ້ມີການຄົ້ນພົບວ່າ ຜູ້ທີ່ດື່ມເຄື່ອງດື່ມປະເພດດັ້ງກ່າວມັກຈະມີຄວາມດັນເລືອດສູງ 

8. ຄວາມຄຽດ

ເຖິງແມ່ນວ່າຄວາມຄຽດ ຈະເປັນສີ່ງທີ່ຫຼີກລ້ຽງບໍ່ໄດ້ ແຕ່ທ່ານຮູ້ບໍ່ວ່າ ຄວາມຄຽດນັ້ນ ເປັນໜື່ງໃນປັດໃຈທີ່ນຳໄປສູ່ງການເປັນຄວາມດັນ ໄດ້ງ່າຍຂື້ນ ດັ້ງນັ້ນທ່ານຄວນຫາຕົ້ນຕໍ ຂອງຄວາມຄຽດ ແລະ ຫາວິທີແກ້ໄຂມັນ ລວມໄປເຖິງຮູ້ຈັກປ່ອຍວາງ

9. ໄປຫາໝໍ

ການໄປຫາໝໍເປັນປະຈຳ ກໍ່ຈະຊ່ວຍໃນການຄວບຄຸມຄວາມດັນໄດ້ ເພາະໝໍຈະໄດ້ຊ່ວຍທ່ານໄດ້

10. ກຳລັງໃຈ

ຄົງປະຕິເສດບໍ່ໄດ້ວ່າການທີ່ໄດ້ກຳລັງໃຈ ຈາກຄົນທີ່ເຮົາຮັກ ບໍ່ວ່າຈະເປັນຄອບຄົວ ຫຼື ໝູ່ເພື່ອນ ລ້ວນແຕ່ຈະຊ່ວຍໃຫ້ທ່ານມີແຮງສູ້ກັບຄວາມດັນສູງ ທັ່ງນີ້ນອກຈາກກຳລັງໃຈຈາກຄົນຂ້າງໆແລ້ວກຳຢ່າລືມໃຫ້ກຳລັງໃຈຕົນເອງຄືສີ່ງທີ່ສຳຄັນ.

      ຈາກທີ່ກ່າວມາຂ້າງເທິງ ຈະເຫັນໄດ້ວ່າ ວິຖີຊີວິດຂອງຄົນເຮົາມີສ່ວນສຳຄັນທີ່ຈະຄວບຄຸມ ຫຼື ບັນເທົາອາການຄວາມດັນສູງໄດ້ ດັ້ງນັ້ນຫາກບໍ່ຢາກໃຫ້ໂລກໄພໄຂ້ເຈັບຖາມຫາ ກໍ່ຄວນລອງນຳເອົາໄປໃຊ້ໃນຊີວິດປະຈຳວັນເບີ່ງເພື່ອໃຫ້ທ່ານສຸຂະພາບດີຕະຫຼອດໄປ.

ไม่มีความคิดเห็น