ໂຊກບໍ່ເຂົ້າຂ້າງ ລົດຂົນ ຢາບ້າ 100,000ເມັດ ເກີດເຫດໄຟໄໝ້ ຈົນຕຳຫຼວດຈັບໄດ້
ເມື່ອວັນທີ່ 16/04/2019 ເວລາປະມານ 15:56 ນ ສູນຮັບແຈ້ງເຫດ 191 ແຂວງ ເພັດບູລີ ປະເທດໄທ ໄດ້ຮັບແຈ້ງວ່າ ມີເຫດໄຟໄໝ້ລົດ ຢູ່ບໍລິເວນ ຖະໜົນເພັດກະເສມ ຂາລົງໃຕ້
ຕຳຫຼວດ ຈື່ງໄດ້ປະສານກັບລົດດັບເພິງ ເພື່ອໄປຊ່ວຍເຫຼືອ ເມື່ອໄປເຖິງທີ່ເກີດເຫດ ກໍ່ມີຊາວບ້ານຊ່ວຍກັນມອດໄຟໄດ້ແລ້ວ ແລະ ພົບຢາບ້າຕົກຢູ່ບໍລິເວນກ້ອງລົດ
ແລະ ຕຳຫຼວດກໍ່ສາມາດ ຈັບກຸມຜູ້ຂັບໄວ້ໄດ້ ຊື່ ທ້າວ ອານຸສອນ ໂສພັນນະຣັດ ອາຍຸ 30 ປີ ຄົນ ແຂວງໂຄລາດ
ດັ້ງນັ້ນຈື່ງແຈ້ງ ເຈົ້າໜ້າທີ່ ເພັດບູລີ ເພື່ອຮ່ວມກັນ ກວດທີ່ເກີດເຫດ ຈາກການກວດ ພົບຢາບ້າ ຈຳນວນ 100,000 ເມັດ ຈື່ງໄດ້ນຳຕົວໄປສອບສວນເພື່ອດຳເນີນຄະດີຕໍ່ໄປ
ທີ່ມາ: http:/www.pet.police7.go.th/
Post a Comment